Posts Tagged ‘ubuntu’
Ubuntu one ເພີ່ມບໍລິການ Music Streaming
ຄ້າຍ Canonical ຍັງຜັກດັນ Ubuntu One ໃຫ້ເປັນບໍລິການຄົບວົງຈົນ ທຳອິດມັນເປັນພຽງ cloud storage ແຕ່ກໍເພີ່ມບໍລິການ contact sync ກັບຮ້ານຂາຍເພງອອນໄລນ໌ ເຂົ້າມາພາຍຫລັງ ລ່າສຸດມັນຖືກຕໍ່ຍອດໃຫ້ສະຕີມເພງມາສູ່ອຸປະກອນພົກພາໄດ້ແລ້ວ
ໃນເບື້ອງຕົ້ນມືຖື Android ສາມາດໃຊ້ບໍລິການສະຕີມເພງໄດ້ກ່ອນ ແຕ່ Canonical ກໍມີແຜນຈະຮອງຮັບ iPhone ແລະມືຖືອື່ນໆ ໃນອະນາຄົດ ບໍລິການສະຕີມເພງນີ້ສາມາດໃຊ້ໄດ້ທັງ
- ເພງທີ່ເຮົາຊື້ຜ່ານ Ubuntu One Music Store ແລະຖືກເກັບໄວ້ເທິງ cloud
- ເພງ MP3 ທີ່ເຮົາອັບໂຫລດຂຶ້ນໄປໄວ້ເທິງ cloud ເອງ
ຕອນນີ້ Ubuntu One Music Streaming ຍັງຢູ່ໃນຂັ້ນເບຕ້າແລະໃຫ້ທົດລອງຟຼີ ແຕ່ເມື່ອສົມບູນແລ້ວຈະໃຫ້ບໍລິການສະເພາະສະມາຊິກແບບເສຍເງີນເທົ່ານັ້ນ
ທີ່ມາ – blognone
Ubuntu 10.10 (RC) ທີ່ມີ code name ວ່າ Maverick Meerkat ໂຫລດໄດ້ແລ້ວ ໆໆໆ
ເຖິງວ່າຈະຍັງອີກຕັ້ງ 10 ວັນກ່ອນຈະປະກາດຢ່າງເປັນທາງການ ແຕ່ປັດຈຸບັນ ທາງເວບອູບຸນຕູ ເພິ່ນໃຫ້ດາວໂຫລດໄດ້ແລ້ວ
*** ໃຜຫາກໃຊ້ເວີຊັນ 10.10 ເບຕ້າ ຢູ່ກະບໍ່ຈຳເປັນຕ້ອງໂຫລດໃຫມ່ ເພາະທ່ານສາມາດອັບເດດຜ່ານ update manager ໄດ້ເລີຍ
ສິ່ງທີ່ປັບປຸງໃໝ່ກໍ່ມີ
- ພາບພື້ນຫລັງໃຫມ່
- ຮູບທີ່ໃຊ້ປ່ຽນພາບພື້ນຫລັງໃໝ່
- ຟ້ອນໃໝ່
- ປຸ່ມຄວບຄຸມສຽງໃໝ່
- ປ່ຽນຮູບແບບລັກການຕິດຕັ້ງໃຫມ່
- Ubuntu Software Centre ສາມາດຈັດການກັບໄຟລ໌ .deb ແລ້ວ
- application(s) ແບບຄອມເມີໂຊ ມີໃນ Software Centre ແລ້ວ
- Support ກັບ multi-touch ລວມຢູ່ໃນ Apple Magic Trackpad
- ເຄື່ອງມືຈັດການກັບ UI ສຳລັບເວີຊັນ Netbook Edition
ເວີຊັ້ນ desktop ສາມາດ download ໄດ້ຈາກ
- http://releases.ubuntu.com/10.10/ubuntu-10.10-rc-desktop-i386.iso
- http://releases.ubuntu.com/10.10/ubuntu-10.10-rc-desktop-amd64.iso
- http://releases.ubuntu.com/10.10/ubuntu-10.10-rc-desktop-i386.iso.torrent
- http://releases.ubuntu.com/10.10/ubuntu-10.10-rc-desktop-amd64.iso.torrent
ສຳລັບ netbook edition ແມ່ນ
- http://releases.ubuntu.com/10.10/ubuntu-10.10-rc-netbook-i386.iso
- http://releases.ubuntu.com/10.10/ubuntu-10.10-rc-netbook-i386.iso.torrent
ຕ້ອງຂອບໃຈມາຍັງ omgubuntu.co.uk ທີ່ໃຫ້ຂ່າວມາ
Software Center Ubuntu 10.10 ຈະມີພາບພື້ນຫລັງ
ໂປຼແກຼມສູນຊອຟົຕ໌ແວລ໌ໃນ Ubuntu 10.10 ຈະມີພາບພື້ນຫລັງຢູ່ໃນໜ້າຈໍໂປຼແກຼມ ເຖິງເບິງຄືຈະເປັນສິ່ງນ້ອຍໆບໍ່ມີຄວາມຫລາຍກໍ່ຕາມ ແຕ່ມັນກະເຮັດໃຫ້ Ubuntu ສ່ວຍງາມແລະຫນ້າໃຊ້ຫລາຍຂຶ້ນກວ່າເກົ່າ ທາງລຸ່ມນີ້ແມ່ນຮູບຕົວຢ່າງທີ່ໄດ້ມາ:
Ubuntu 10.10 ຈະຮອງຮັບມັນຕິທັດ
Mark Shuttleworth ຜູ້ນຳໂຄງການ Ubuntu ປະກາດຜ່ານບຼ໊ອກວ່າ Ubuntu 10.10 “Maverick Meerket” ຈະຮອງຮັບມັນຕິທັດແລະການສັ່ງງານແບບສຳຜັດ ຜ່ານເຟມເວິກຊື່ UTouch ຊຶ່ງທາງ Canonical ເປັນຜູ້ພັດທະນາຂຶ້ນມາ. UTouch ມີສັນຍາອະນຸຍາດແບບ GPLv3 ແລະ LGPLv3 ປະສົມກັນ (ໂຄ໊ດຢູ່ເທິງ Launchpad ແລ້ວ) ໃນເບື້ອງຕົ້ນ ໂນ໊ດບຸ໊ກຜູ້ໂຊກດີຄື Dell Latitude XT2 ທີ່ Canonical ໃຊ້ເປັນຮາລ໌ດແວລ໌ຫລັກສຳລັບພັດທະນາ ຊຶ່ງຮັບປະກັນໄດ້ວ່າມັນເຮັດວຽກຮ່ວມກັບ UTouch ໄດ້ຫລາຍທີ່ສຸດ ແຕ່ Shuttleworth ກໍສັນຍາວ່າໃນອະນາຄົດຈະຮອງຮັບອຸປະກອນຫລາຍຂຶ້ນ ລວມເຖິງ Magic Trackpad ດ້ວຍ ອ່ານຕໍ່ »»