Posts Tagged ‘Oracle’
ທີມ OpenOffice.org ແຍກອອກມາ ເປັນ LibreOffice ໃນນາມ The Document Foundation
ຫລັງຈາກທີ່ Oracle ເລີ່ມສະແດງທີທ່າທີ່ບໍ່ຄ່ອຍຈະເປັນຜົນດີີກັບ Open Source Projects ຫລາຍໆ
ໂຄງການທີ່ເຄີຍຢູ່ໃຕ້ Sun Microsystems ປານໃດ ຊຸມຊົນຫລາຍຕ່າງໆກໍເລີ່ມພາກັນແຍກຕົວອອກເປັນອິດສະຫລະຈາກ ອິດທິພົນຂອງ Oracle ຕົວຢ່າງກ່ອນຫນ້ານີ້ກໍຄື Illumos ຊຶ່ງແຍກຕົວມາສ້າງ Open Source platform ຈາກ code ຂອງ OpenSolaris ເພາະເຫັນວ່າ Oracle ເລີ່ມບໍ່ສົນໃຈ
ແລະໃນທີ່ສຸດຊຸມຊົນຂອງ OpenOffice.org ກໍແຍກອອກມາຄືກັນ ໂດຍຮ່ວມມືກັນຈັດຕັ້ງ The Document Foundation ແລ້ວ fork OpenOffice.org ເປັນ LibreOffice
ແຕ່ຢ່າຄິດວ່າ The Document Foundation ເປັນໂຄງການກະຈອກນ້ອຍໆເດີ້ ລອງເບິ່ງລາຍຊື່ຜູ້ສະໜັບສະໜູນແລ້ວຈະ ເຫັນວ່າມີແຕ່ລະດັບຄົນຍັກໆ ທັງນັ້ນ ບໍ່ວ່າຈະເປັນ Free Software Foundation, Open Source Initiative, OASIS, Canonical, Red Hat, GNOME Foundation, Novell ແລະ ອື່ນໆ ແມ່ນແຕ່ Google ຍັງມາສະຫນັບສະຫນູນນຳ
ຈາກຂ່າວບອກວ່າ The Document Foundation ໄດ້ສົ່ງທຽບເຊີນໄປຍັງ Oracle ໃຫ້ມາເຂົ້າຮ່ວມນຳ
ໂດຍສະເພາະການອະນຸຍາດໃຫ້ໃຊ້ຊື່ OpenOffice (ຫລືເປັນການຂໍເອົາຊື່ OpenOffice ມາໃຊ້ຄືນ)ແຕ່ວ່າຕອນນີ້ຍັງບໍ່ໄດ້ການຕອບຮັບຈາກ Oracle ດັ່ງນັ້ນກໍຕ້ອງໃຊ້ຊື່ LibreOffice ໄປກ່ອນ
ສຳຫລັບໃຜທີ່ຢາກລອງ LibreOffice 3.3.0 Beta 1 ສາມາດດາວໂຫລດໄດ້ທີ່ http://www.documentfoundation.org/download/ ມີທັງ binary ສຳລັບ Windows, Mac OS X, GNU/Linux ແລະ Source code ເຜີຍແຜ່ພາຍໃຕ້ LGPL3 license
ທີ່ມາ http://www.h-online.com/open/news/item/LibreOffice-a-community-fork-for-OpenOffice-org-1097443.html
