Posts Tagged ‘openstack’

Opennebula ຢ້ຳຈຸດຍືນແລະເຫັນພ້ອງກັບແນວທາງຂອງ openstack

souliyo 26-08-2010

Ignacio M. Llorente ອອກ​ມາ​ໃຫ້​ຄວາມ​ຄິດ​ເຫັນ​ກ່ຽວກັບ​ການ​ປະ​ກາດ​ຄວາມ​ຮ່ວມ​ມື​ໃນ​ການ​ພັດທະນາ OpenStack ຊຶ່ງ​ເປັນ Cloud Platform ແບບ​ໂອ​ເພນ​ຊອລ໌​ສ​ຕົວ​ໃໝ່ ທີ່​ຫາກໍ່​ປະ​ກາດ​ເປີດ​ຕົວ​ໄປ​ເມື່ອ​ບໍ່ດົນ​ມາ​ນີ້ ໃນ​ຖານະ​ທີມ OpenNebula ອອກ​ມາ​ສະແດງ​ຄວາມ​ຄິດ​ເຫັນ​ວ່າ ຮູ້ສຶກ​ຕື່ນ​ເຕັ້ນ​ກັບ​ການ​ພັດທະນາ​ຂອງ​ຊຸມ​ຊົນ Cloud Computing ຢ່າງ​ຫລາຍ ແລະ​ດີ​ໃຈ​ທີ່​ເຫັນ​ຜູ້​ໃຫ້​ບໍລິການ​ລາຍ​ໃຫຍ່ ເຂົ້າ​ມາ​ຮ່ວມ​ມື​ໃນ​ການ​ພັດທະນາ ຢ່າງໃດ​ກໍ​ຕາມ​ທີມ OpenNebula ເຫັນ​ດ້ວຍ​ກັບ​ຄວາມ​ຄິດ​ເຫັນ​ໃນ​ການ​ພັດທະນາ OpenStack ເພາະ​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ໃນ​ການ​ກຳນົດ​ສະ​ຖາ​ປັດ​ຍະ​ກຳ​ເປີດ​ສຳລັບ Cloud Computing ແບບ IaaS ແລະ​ເປັນ​ໂຄງ​ການ​ໂອ​ເພນ​ຊອລ໌​ສ​ຍ່າງ​ແທ້​ຈິງ ຊຶ່ງ OpenStack ໄດ້​ວິ​ຈານ​ໂຄງ​ການ​ໂອ​ເພນ​ຊອລ໌​ສ Cloud Computing ກ່ອນ​ຫນ້າທີ່​ມັກ​ໃຊ້​ໂມ​ເດນ​ແບບ Open-Core ຊຶ່ງ​ເປັນ​ການ​ເລີ່ມ​ຕົ້ນ​ແບບ​ປິດ ເນື່ອງ​ຈາກ​ບາງ​ໂຄງ​ການ​ມີ​ການ​ແບ່ງ​ລຸ້ນ Enterprise ແລະ​ລຸ້ນ​ໂອ​ເພນ​ຊອລ໌​ສ ຊຶ່ງ​ສົ່ງ​ຜົນ​ໃຫ້ ໂຄງ​ການ​ທີ່​ຢູ່ໃນ​ສ່ວນ​ໂອ​ເພນ​ຊອລ໌​ສ​ທີ່​ບໍ່ແມ່ນ Enterprise ຂາດ​ຄຸນສົມບັດ​ຫລາຍ​ຢ່າງ ທັງ​ໃນ​ດ້ານ​ການ​ຂະຫຍາຍ​ຂະໜາດ ການ​ບໍລິຫານ​ຈັດການ Virtual Machine ຫລາຍ​ພັນ​ເຄື່ອງ​ໄດ້ ການ​ປະ​ກາດ​ເປີດ​ຕົວ​ຂອງ OpenStack ເຮັດໃຫ້​ທີມ​ງານ​ຂອງ OpenNebula ຕ້ອງ​ມາ​ປະ​ກາດ​ຈຸດ​ຍືນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຜິດ​ຂອງ​ຊຸມ​ຊົນ​ຜູ້​ໃຊ້​ແລະ​ການ​ຂະຫຍາຍ​ຕົວ​ຂອງ​ຊຸມ​ຊົນ ຂອງ OpenNebula ອ່ານຕໍ່ »»