Posts Tagged ‘lao open source’

ທີມ OpenOffice.org ແຍກອອກມາ ເປັນ LibreOffice ໃນນາມ The Document Foundation

os555 29-09-2010

ຫລັງຈາກທີ່ Oracle ເລີ່ມສະແດງທີທ່າທີ່ບໍ່ຄ່ອຍຈະເປັນຜົນດີີກັບ Open Source Projects ຫລາຍໆ
ໂຄງການທີ່ເຄີຍຢູ່ໃຕ້ Sun Microsystems ປານໃດ ຊຸມຊົນຫລາຍຕ່າງໆກໍເລີ່ມພາກັນແຍກຕົວອອກເປັນອິດສະຫລະຈາກ ອິດທິພົນຂອງ Oracle ຕົວຢ່າງກ່ອນຫນ້ານີ້ກໍຄື Illumos ຊຶ່ງແຍກຕົວມາສ້າງ Open Source platform ຈາກ code ຂອງ OpenSolaris ເພາະເຫັນວ່າ Oracle ເລີ່ມບໍ່ສົນໃຈ
ແລະໃນທີ່ສຸດຊຸມຊົນຂອງ OpenOffice.org ກໍແຍກອອກມາຄືກັນ ໂດຍຮ່ວມມືກັນຈັດຕັ້ງ The Document Foundation ແລ້ວ fork OpenOffice.org ເປັນ LibreOffice
ແຕ່ຢ່າຄິດວ່າ The Document Foundation ເປັນໂຄງການກະຈອກນ້ອຍໆເດີ້ ລອງເບິ່ງລາຍຊື່ຜູ້ສະໜັບສະໜູນແລ້ວຈະ ເຫັນວ່າມີແຕ່ລະດັບຄົນຍັກໆ ທັງນັ້ນ ບໍ່ວ່າຈະເປັນ Free Software Foundation, Open Source Initiative, OASIS, Canonical, Red Hat, GNOME Foundation, Novell ແລະ ອື່ນໆ ແມ່ນແຕ່ Google ຍັງມາສະຫນັບສະຫນູນນຳ
ຈາກຂ່າວບອກວ່າ The Document Foundation ໄດ້ສົ່ງທຽບເຊີນໄປຍັງ Oracle ໃຫ້ມາເຂົ້າຮ່ວມນຳ
ໂດຍສະເພາະການອະນຸຍາດໃຫ້ໃຊ້ຊື່ OpenOffice (ຫລືເປັນການຂໍເອົາຊື່ OpenOffice ມາໃຊ້ຄືນ)ແຕ່ວ່າຕອນນີ້ຍັງບໍ່ໄດ້ການຕອບຮັບຈາກ Oracle ດັ່ງນັ້ນກໍຕ້ອງໃຊ້ຊື່ LibreOffice ໄປກ່ອນ
ສຳຫລັບໃຜທີ່ຢາກລອງ LibreOffice 3.3.0 Beta 1 ສາມາດດາວໂຫລດໄດ້ທີ່ http://www.documentfoundation.org/download/ ມີທັງ binary ສຳລັບ Windows, Mac OS X, GNU/Linux ແລະ Source code ເຜີຍແຜ່ພາຍໃຕ້ LGPL3 license
ທີ່ມາ http://www.h-online.com/open/news/item/LibreOffice-a-community-fork-for-OpenOffice-org-1097443.html

ປັນຫາຂອງຄົນທີ່ຍັງບໍ່ຢາກໃຊ້ open source

1
BbOyLaO 29-09-2010

ຢາກຈະເວົ້າເລື່ອງປັນຫາທີ່ຫລາຍຄົນຍັງບໍ່ຢາກໃຊ້ open source

ເປັນຫຍັງຄົນຈື່ງບໍ່ຄ່ອຍໃຊ້ ແລະຈະຫາທາງໃຫ້ຄົນມາໃຊ້ກັນຫລາຍໄດ້ຈັ່ງໃດ ປັນຫາທີ່ເຮັດໃຫ້ຄົນຍັງບໍ່ປ່ຽນມາໃຊ້ ຫລື ຢາກໃຊ້ ແຕ່ກໍ່ໃຊ້ບໍ່ໄດ້ ບາງຄົນຫລື ອົງກອນໃດຫນື່ງໄດ້ພົບກັບປັນຄືຂ້າງລຸ່ມນີ້:

1. ປັນຫາສ່ວນໃຫຍ່ ແມ່ນ ຖ້າປ່ຽນມາໃຊ້ Open Source ຈະສາມາດ ຮອງຮັບລະບົບງານ ທີ່ມີຢຸ່ກ່ອນໄດ້ຫລື ບໍ່ ແລ້ວຖ້າມີປັນຫາ ກໍ່ຫາຄົນແກ້ປັນກຫາໄດ້ຍາກ ຈະປ່ຽນໄດ້ກໍ່ພຽງງານບາງຢ່າງ ເຊັ່ນ ງານເອກະສານ ຊື່ງກໍ່ຕ້ອງຄິດປັນຫາເລື່ອງການປັບປ່ຽນ ວິທີການໃຊ້ງານຂອງຄົນໃນ ອົງກອນທັງຫມົດ ຊື່ງບາງອົງກອນ ອາດຈະບໍ່ຄຸ້ມໃຊ້ຈ່າຍໃນການ ຝຶກອົບຮົມກໍ່ໄດ້

2. ເລື່ອງ hardware ອັນນີ້ກໍ່ເປັນທີ່ສຳຄັນ ເພາະຜູ້ໃຊ້ ບໍ່ຄ່ອຍມີຂໍ້ມູນໃຫ້ເບີ່ງວ່າ ອຸປະກອນລຸ້ນໃດ ໃຊ້ໄດ້ແນ່ ຫລື ລຸ້ນໃດທີ່ໃຊ້ບໍ່ໄດ້ ແລະ Version ໃດ Support hardware ຮອດລຸ້ນໃດ

3. ບໍ່ມີໂປຼແກຼມ Support ງານສະເພາະທາງຂອງພວກເຂົາ ຫລື ອາດຈະຍັງບໍ່ຮູ້ວ່າ ມີໂປຼແກຼມ ແບບນີ້ຢູ່

4. ປື້ມ, ຄູ່ມື, ຜູ້ຮູ້, ວິທີການໃຊ້ ຫລື ຂໍ້ມູນທີ່ຈະໃຫ້ ສຶກສາຫາຄວາມຮູ້ ຄ່ອນຂ້າງຫນ້ອຍ ແລະ ຍັງຢູ່ໃນ ວົງແຄບ ສະເພາະຜູ້ທີ່ສົນໃຈທີ່ ພໍຈະຮູ້ວ່າ ຫາຂໍ້ມູນໄດ້ຈາກໃສ

ບັນຫາດັ່ງກ່າວຂ້າງເທີງນີ້ຖືເປັນປັນຫາທີ່ສຳຄັນທີ່ເຮົາຄວນແກ້ໄຂ ເພື່ອໃຫ້ຄົນສົນໃຈ ໃນການໃຊ້ open source ແລະ ກໍ່ຕ້ອງມີການປຸກລະດົມຫມູ່ເພື່ອນທີ່ສົນໃຈເຂົ້າມາຮ່ວມກັບທິມ lao open source ຂອງພວກເຮົາ ເພື່ອເຮັດຄວາມເຂົ້າໃຈກັບ open source ໃຫ້ຫລາຍຂື້ນ ແລ້ວຊ່ວຍກັນເຜີຍແຜ່ ແລະ ແກ້ປັນຫາ ດັ່ງກວ່ານີ້ດວ້ຍກັນ