Posts Tagged ‘joomladay joomla’

ລວມພົນຄົນໃຊ້ລະບົບຈູມລ່າ JoomlaDay Bangkok 2010

1
os555 14-09-2010

ສະມາຄົມສຶກສາ ແລະ ພັດທະນາໂອເພິ່ນຊອດ ຮ່ວມກັບ ທີມຈູມລ່າລາຍໄທ ແລະ ເວັບໄຊ JoomlaCorner.com ຂໍເຊີນຜູ້ມີໃຈຮັກຈູມລ່າເຂົ້າຮ່ວມງານ JoomlaDay Bangkok 2010 ວັນລວມພົນຄົນໃຊ້ຈູມລ່າໃນປະເທດໄທ ຄັ້ງທີ່ 4 ໃນ ວັນເສົາ ທີ່ 13 ແລະອາທິດທີ່ 14 ເດືອນ ພະຈິກ 2553 ເວລາ 9.00 – 17.00 ໂມງ ສະຫຍາມພາວະໄລ ໂລເຢິລ ແກຣນ ເທຍເຕີ (Siam Pavalai Royal Grand Theatre) ຕັ້ງຢູ່ທີ່ຊັ້ນ 5 ແລະ 6 ສູນການຄ້າສະຫຍາມພາຣາກ້ອນ ເຂດປະທຸມວັນ ກຸງເທບ-ມະຫານະຄອນ JoomlaDay Bangkok 2010 ງານສຳມະນາທີ່ທ່ານຈະໄດ້ພົບກັບ ນັກພັດທະນາ Joomla ຕົວຈິງຈາກຕ່າງປະເທດ ທີ່ຈະມາແນະນຳ Joomla! ເວີຊັ່ນລ່າສຸດ, ການສ້າງ Joomla Template, ການພັດທະນາ Joomla Extension ຫລື ລະບົບເສີມຕ່າງ ໆ ແລະ Showcase ການໃຊ້ງານ Joomla ຫລາກຫລາຍຮູບແບບ ນອກຈາກນີ້ທີມງານຈູມລ່າລາຍໄທຍັງໄດ້ຈັດຫາວິທະຍາກອນທີ່ມີຄວາມຊຳນານງານ ຫລາຍທ່ານເຊັ່ນ ທີມພັດທະນາ NooKu Framework , FLEXIContent Content Construction Kits , Tienda eCommerce ແລະ Solution ສຳລັບ Intranet ແລະສຳລັບ Enterprise ຕະຫລອດຈົນ HTML5 ແລະເທກໂນໂລຍີໃໝ່ ໆ ໃນອະນາຄົດອີກຫລວງ-ຫລາຍ
ງານ JoomlaDay Bangkok 2010 ຈະຈັດຂຶ້ນ 2 ວັນ ຄື ໃນວັນເສົາທີ່ 13 ແລະ ອາທິດທີ່ 14 ເດືອນພະຈິກ 2010 ເວລາ 9.00 – 16.30 ໂມງ ທີ່ ສະຫຍາມພາວະໄລ ໂລເຢິລ ແກຣນ ເທຍເຕີ (Siam Pavalai Royal Grand Theatre) ສູນການຄ້າສະຫຍາມ ພາຣາກ່ອນ ສອບຖາມເພິ່ມເຕິມໂທ. 027171120-1 ລົງທະບຽນເຂົ້າຮ່ວມງານໄດ້ທີ່ http://www.joomladay.in.th/th/registration.html

ງານນີ້ຄົນລາວເຮົາກໍໄປຮ່ວມນຳໄດ້ເນາະ ເພີ່ນຍິນດີຕ້ອນຮັບຢູ່ແລ້ວ