Posts Tagged ‘command line’
ຄຳສັ່ງ Linux ພື້ນຖານ
BbOyLaO 19-11-2010
ມື້ນີ້ຈະຂໍແນະນຳບາງຄຳສັ່ງພື້ນຖານຂອງ Linux ກັນເນາະ, ຈະຄ່ອຍໆເອົາມານຳສະເຫນີ
1. ຄຳສັ່ງ ls
ເປັນຄຳສັ່ງທີ່ໃຊ້ສຳຫລັບເບີ່ງຂໍ້ມູນ (ເຊັ່ນດຽວກັບ dir ຂອງ DOS) ມາຈາກຄຳວ່າ list ຮູບແບບຂອງຄຳສັ່ງ ls [option] [file]
Option ທີ່ມັກໃຊ້ກັນໃນ ls ຄື
-l ຈະສະແດງຜົນແບບ long Format ຊື່ງຈະສະແດງ Permission ຂອງລາຍລະອຽດດວ້ຍ
-a ຈະສະແດງຂໍ້ມູນທັງຫມົດ
-F ຈະສະແດງ / ຫລັງ Directory ແລະ * ຫລັງແຟ້ມຂໍ້ມູນທີ່ execute ໄດ້ ຕົວຢ່າງການໃຊ້ ls -l ls -al ls -F
2. ຄຳສັ່ງ adduser
ຄຳສັ່ງເພີ່ມ User ໃຫ້ກັບລະບົບ Unix, Linux
ຮູບແບບການໃຊ້ງານ adduser -g (group) -d (Directory) (User)
ຕົວຢ່າງ adduser -g root -d /home/user1 user ສ້າງ user ຊື່ Login ແມ່ນ user1 ເປັນສະມາຊິກໃນກຸ່ມ root