Opennebula ຢ້ຳຈຸດຍືນແລະເຫັນພ້ອງກັບແນວທາງຂອງ openstack

1 Star2 Stars3 Stars4 Stars5 Stars (No Ratings Yet)
Loading ... Loading ...
souliyo 26-08-2010

Ignacio M. Llorente ອອກ​ມາ​ໃຫ້​ຄວາມ​ຄິດ​ເຫັນ​ກ່ຽວກັບ​ການ​ປະ​ກາດ​ຄວາມ​ຮ່ວມ​ມື​ໃນ​ການ​ພັດທະນາ OpenStack ຊຶ່ງ​ເປັນ Cloud Platform ແບບ​ໂອ​ເພນ​ຊອລ໌​ສ​ຕົວ​ໃໝ່ ທີ່​ຫາກໍ່​ປະ​ກາດ​ເປີດ​ຕົວ​ໄປ​ເມື່ອ​ບໍ່ດົນ​ມາ​ນີ້ ໃນ​ຖານະ​ທີມ OpenNebula ອອກ​ມາ​ສະແດງ​ຄວາມ​ຄິດ​ເຫັນ​ວ່າ ຮູ້ສຶກ​ຕື່ນ​ເຕັ້ນ​ກັບ​ການ​ພັດທະນາ​ຂອງ​ຊຸມ​ຊົນ Cloud Computing ຢ່າງ​ຫລາຍ ແລະ​ດີ​ໃຈ​ທີ່​ເຫັນ​ຜູ້​ໃຫ້​ບໍລິການ​ລາຍ​ໃຫຍ່ ເຂົ້າ​ມາ​ຮ່ວມ​ມື​ໃນ​ການ​ພັດທະນາ ຢ່າງໃດ​ກໍ​ຕາມ​ທີມ OpenNebula ເຫັນ​ດ້ວຍ​ກັບ​ຄວາມ​ຄິດ​ເຫັນ​ໃນ​ການ​ພັດທະນາ OpenStack ເພາະ​ຈະ​ເປັນ​ການ​ເລີ່ມ​ຕົ້ນ​ໃນ​ການ​ກຳນົດ​ສະ​ຖາ​ປັດ​ຍະ​ກຳ​ເປີດ​ສຳລັບ Cloud Computing ແບບ IaaS ແລະ​ເປັນ​ໂຄງ​ການ​ໂອ​ເພນ​ຊອລ໌​ສ​ຍ່າງ​ແທ້​ຈິງ ຊຶ່ງ OpenStack ໄດ້​ວິ​ຈານ​ໂຄງ​ການ​ໂອ​ເພນ​ຊອລ໌​ສ Cloud Computing ກ່ອນ​ຫນ້າທີ່​ມັກ​ໃຊ້​ໂມ​ເດນ​ແບບ Open-Core ຊຶ່ງ​ເປັນ​ການ​ເລີ່ມ​ຕົ້ນ​ແບບ​ປິດ ເນື່ອງ​ຈາກ​ບາງ​ໂຄງ​ການ​ມີ​ການ​ແບ່ງ​ລຸ້ນ Enterprise ແລະ​ລຸ້ນ​ໂອ​ເພນ​ຊອລ໌​ສ ຊຶ່ງ​ສົ່ງ​ຜົນ​ໃຫ້ ໂຄງ​ການ​ທີ່​ຢູ່ໃນ​ສ່ວນ​ໂອ​ເພນ​ຊອລ໌​ສ​ທີ່​ບໍ່ແມ່ນ Enterprise ຂາດ​ຄຸນສົມບັດ​ຫລາຍ​ຢ່າງ ທັງ​ໃນ​ດ້ານ​ການ​ຂະຫຍາຍ​ຂະໜາດ ການ​ບໍລິຫານ​ຈັດການ Virtual Machine ຫລາຍ​ພັນ​ເຄື່ອງ​ໄດ້ ການ​ປະ​ກາດ​ເປີດ​ຕົວ​ຂອງ OpenStack ເຮັດໃຫ້​ທີມ​ງານ​ຂອງ OpenNebula ຕ້ອງ​ມາ​ປະ​ກາດ​ຈຸດ​ຍືນ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ເຂົ້າໃຈ​ຜິດ​ຂອງ​ຊຸມ​ຊົນ​ຜູ້​ໃຊ້​ແລະ​ການ​ຂະຫຍາຍ​ຕົວ​ຂອງ​ຊຸມ​ຊົນ ຂອງ OpenNebula

ຊຶ່ງ LLorente ຊີ້​ແຈງ​ວ່າ OpenNebula ເປັນ​ໂຄງ​ການ​ໂອ​ເພນ​ຊອລ໌​ສ Cloud Computing 100% ໃຊ້​ສັນຍາ​ອະນຸຍາດ​ແບບ Apache-license OpenNebula ບໍ່​ໄດ້​ເປັນ Open Core ຢ່າງ​ທີ່​ຫລາຍ​ຄົນ​ເຂົ້າໃຈ ເຖິງແມ່ນວ່າ C12GLabs ຈະ​ຫາກໍ່​ກໍ່​ຕັ້ງ​ແຕ່​ຫນ້າທີ່​ກ່ຽວ​ຂ້ອງ​ທາງ​ດ້ານ​ງານ​ບໍລິການ​ທາງ​ດ້ານ syste integration ແລະ​ບໍລິການ​ດ້ານ​ການ​ຊັບ​ພອລທ໌​ທາງ​ດ້ານ​ເທກ​ນິກ​ເປັນ​ຫລັກ ແລະ C12G  ບໍ່​ໄດ້​ໃຫ້​ບໍລິການ OpenNebula ລຸ້ນ Enterprise ແຕ່​ຢ່າງ​ໃດ ແຕ່ C12GLabs ພັດທະນາ​ສ່ວນ​ເພິ່ມເຕິມ​ແລະ patch OpenNebula ໃຫ້​ກັບ​ພຼາດ​ເນີລ໌​ແລະ​ລູກ​ຄ້າ​ເທົ່າ​ນັ້ນ ແລະ patch ຕ່າງໆ ໄດ້ contribute ກັບ​ເຂົ້າ​ມາ​ໃນ​ໂຄງ​ການ OpenNebula 100% ຕາມ​ຂໍ້​ກຳນົດ​ຂອງ​ສັນຍາ​ອະນຸຍາດ​ທີ່​ຜ່ານ​ການ​ຮັບຮອງ​ໂດຍ OSI

OpenNebula ບໍ່​ໄດ້​ເປັນ​ລຸ້ນ​ທີ່​ມີ​ຄຸນສົມບັດ​ແບບ​ຈຳ​ກັດ ບໍ່​ແບ່ງ​ລຸ້ນ Enterprise Edition C12Glabs ເຂົ້າ​ຮ່ວມ​ພັດທະນາ​ກັບ​ຊຸມ​ຊົນ OpenNebula ຢ່າງ​ຕໍ່​ເນື່ອງ ອີກ​ທັງ​ຍັງ​ສະໜັບສະໜູນ resource ໃຫ້​ກັບ​ທີມ​ພັດທະນາ​ເພື່ອ​ໃຫ້​ງານ​ພັດທະນາ Open Nebula ເປັນ​ເທກ​ໂນ​ໂລ​ຍີ​ໃນ​ການສ້າງ Advance Cloud Infrastructure ຢ່າງ​ແທ້​ຈິງ ແລະ​ອີກ​ຫລາຍໆ​ປະ​ເດັນ ອ່ານຕໍ່ທີ່ນີ້

Credit: Thaiopensource

ບົດຄວາມທີ່ຫນ້າສົນໃຈ

ສະແດງຄວາມຄິດເຫັນ