News

Ubuntu ຫັນທິດໄປກັບ LibreOffice

lanux 22-01-2011

ຊ່ວງນີ້ບໍ່ຄ່ອນໄດ້ເຂົ້າມາຢ້ຽມຢາມ ວຸ້ນກັບຮຽນ ພໍດີສະໝອງຕັນຄິດຫັຍງບໍ່ໄດ້ກໍ່ເລີຍມາຈອບໆ ແນມໆຈັກໜ້ອຍ

ທີມພັດທະນາ Ubuntu ໄດ້ເພີ່ມແພັກເກັຈ໌ LibreOffice ເຂົ້າໃນ Ubuntu 11.04 Natty Narwhal ແລ້ວ ທັງທີ່ LibreOffice ຍັງບໍ່ທັນປ່ອຍໂຕເຕັມອອກມາ

ແທນ OpenOffice.org ທີ່ເຄີຍເປັນຊຸດ ອອຟ໌ຟີສ ມາແຕ່ດົນແຕ່ນານ.

ທີ່ມາ: blognone

ມາແລ້ວກັບ Tablet ທີ່ໃຊ້ລະບົບ Ubuntu

4
BbOyLaO 20-12-2010

ໃນຊ້ວງນີ້ເນາະ ກະແສຂອງ Tablet ກໍ່ມາແຮງຫລາຍ ບໍ່ວ່າຈະເປັນລະບົບ windows ແລະ Mac ແຕ່ Ubuntu ກໍ່ມີຄືກັນເນາະ ຕາມຂ່າວທີ່ບອກວ່າຕົວເຄື່ອງເລີ່ມຈັດສົ່ງໃນເດືອນນີ້ ທີ່ຫນ້າສົນໃຈແມ່ນ ມີຫນ້າຈໍ 2 ຈໍແບບດຽວກັບ Toshiba ທີ່ເຄີຍເຫັນກັນຜ່ານມາ

ສ່ວນຕົວເຄື່ອງນີ້ມີຊື່ ວ່າ Kno ລາຍລະອຽດເຄື່ອງດັ່ງລຸ່ມນີ້ເລີຍ

- Tegra T200 running at 1 Ghz
- 512 MB of RAM
- 16 to 32 GB Storage
- Two 14.1″ screens
- Wifi, Bluetooth, Accelerometer, Microphone, Headphone jack, Ambient light sensor, etc…
- 6 Hours battery

ອ່ານຕໍ່ »»

compiz ສຳລັບ unity ສຳລັບ natty ມີໃນ ppa ແລ້ວ

lanux 13-11-2010

Jorge Castro ໄດ້ tweet ໄວ້ວ່າ

Unity/Compiz pre-alpha is now available for early Natty users to test via PPA

ສຳລັບຜູ້ໃຊ້ natty ສາມາດໂຫລດໄດ້ຈາກ https://launchpad.net/~unity/+archive/ppa/

thk resource: http://www.omgubuntu.co.uk/2010/11/compizunity-ppa-for-natty/

Sintel ຫນັງ 3D ທີ່ສ້າງດ້ວຍ ໂປຣແກຣມ OpenSource

3
os555 04-10-2010

Sintel ຫນັງ 3D ທີ່ສ້າງດ້ວຍ ໂປຣແກຣມ OpenSource ເຊິ່ງນັ້ນກໍຄື Blender ນັ້ນເອງ ຫລາຍທ່ານທີ່ເຄຍໃຊ້ Open Source ມາກ່ອນຫນ້ານີ້ ຄົງຈະພໍໄດ້ງິນ ຊື່ໂປຣແກຣມນີ້ໄປແລ້ວ ແລະ ກ່ອນຫນ້ານີ້ Blender ຫຍັງໄດ້ ປະກາດໃຫ້ໂລກຮັບຮູ້ດ້ວຍຜົນງານ ທີ່ມີຊື່ວ່າ BigBuckBunny ລອງໄປຫາເບິ່ງໃນ YouTube ກໍໄດ້ເນາະ

ໃຜວ່າ ໂປຣແກຣມ ຟຣີ Open Source ມັນໃຊ້ເຮັດວຽກບໍ່ໄດ້ ກໍຄົງຈະໄດ້ເຫັນກັນແລ້ວນໍບາດນິ

ຫາກທ່ານໃຈຕິດຕາມ ເບິ່ງຜົນງານຂອງ Sintel ກໍເບິ່ງໄດ້ທີ່

http://www.sintel.org/

ເບິ່ງວິດີໂອໄດ້ທີ່ Youtube

http://www.youtube.com/watch?v=eRsGyueVLvQ&feature=youtube_gdata

Credit : http://www.entirelyopensource.com/Industry-News/Sintel

Ubuntu one ເພີ່ມບໍລິການ Music Streaming

souliyo 02-10-2010

ຄ້າຍ Canonical ຍັງ​ຜັກ​ດັນ Ubuntu One ໃຫ້ເປັນ​ບໍລິການ​ຄົບ​ວົງ​ຈົນ ທຳອິດ​ມັນ​ເປັນພຽງ cloud storage ແຕ່​ກໍ​ເພີ່ມ​ບໍລິການ contact sync ກັບຮ້ານ​ຂາຍ​ເພງ​ອອນ​ໄລນ໌ ເຂົ້າມາ​ພາຍຫລັງ ລ່າ​ສຸດ​ມັນ​ຖືກ​ຕໍ່ຍອດ​ໃຫ້​ສະ​ຕີມ​ເພງ​ມາສູ່​ອຸປະກອນ​ພົກ​ພາ​ໄດ້​ແລ້ວ

ໃນ​ເບື້ອງ​ຕົ້ນ​ມື​ຖື Android ສາມາດ​ໃຊ້​ບໍລິການ​ສະ​ຕີມ​ເພງ​ໄດ້​ກ່ອນ ແຕ່ Canonical ກໍ​ມີ​ແຜນ​ຈະ​ຮອງ​ຮັບ iPhone ແລະ​ມື​ຖື​ອື່ນໆ ໃນ​ອະນາຄົດ ບໍລິ​ກາ​ນສະຕີມ​ເພງ​ນີ້​ສາມາດ​ໃຊ້​ໄດ້​ທັງ

  • ເພງ​ທີ່​ເຮົາ​ຊື້ຜ່ານ Ubuntu One Music Store ແລະ​ຖືກ​ເກັບ​ໄວ້​ເທິງ cloud
  • ເພງ MP3 ທີ່​ເຮົາ​ອັບ​ໂຫລດ​ຂຶ້ນ​ໄປ​ໄວ້​ເທິງ cloud ເອງ

ຕອນ​ນີ້ Ubuntu One Music Streaming ຍັງ​ຢູ່ໃນ​ຂັ້ນ​ເບ​ຕ້າ​ແລະ​ໃຫ້​ທົດລອງ​ຟຼີ ແຕ່​ເມື່ອ​ສົມບູນ​ແລ້ວ​ຈະໃຫ້​ບໍລິການ​ສະເພາະ​ສະມາຊິກ​ແບບ​ເສຍ​ເງີນ​ເທົ່າ​ນັ້ນ

ທີ່​ມາ – blognone