How To
ຄຳສັ່ງ Linux ພື້ນຖານ
ມື້ນີ້ຈະຂໍແນະນຳບາງຄຳສັ່ງພື້ນຖານຂອງ Linux ກັນເນາະ, ຈະຄ່ອຍໆເອົາມານຳສະເຫນີ
1. ຄຳສັ່ງ ls
ເປັນຄຳສັ່ງທີ່ໃຊ້ສຳຫລັບເບີ່ງຂໍ້ມູນ (ເຊັ່ນດຽວກັບ dir ຂອງ DOS) ມາຈາກຄຳວ່າ list ຮູບແບບຂອງຄຳສັ່ງ ls [option] [file]
Option ທີ່ມັກໃຊ້ກັນໃນ ls ຄື
-l ຈະສະແດງຜົນແບບ long Format ຊື່ງຈະສະແດງ Permission ຂອງລາຍລະອຽດດວ້ຍ
-a ຈະສະແດງຂໍ້ມູນທັງຫມົດ
-F ຈະສະແດງ / ຫລັງ Directory ແລະ * ຫລັງແຟ້ມຂໍ້ມູນທີ່ execute ໄດ້ ຕົວຢ່າງການໃຊ້ ls -l ls -al ls -F
2. ຄຳສັ່ງ adduser
ຄຳສັ່ງເພີ່ມ User ໃຫ້ກັບລະບົບ Unix, Linux
ຮູບແບບການໃຊ້ງານ adduser -g (group) -d (Directory) (User)
ຕົວຢ່າງ adduser -g root -d /home/user1 user ສ້າງ user ຊື່ Login ແມ່ນ user1 ເປັນສະມາຊິກໃນກຸ່ມ root
ອີກໂປຣແກຣມຫນື່ງທີ່ຫນ້າສົນໃຈ Sandbox Game Maker ໃນ Ubuntu
Sandbox Game Maker ເປັນໂປຣແກຣມອອກແບບເກມ 3D ໂດຍໃຊ້ Engine ຂອງ Cube 2 ຊື່ງຜູ້ໃຊ້ສາມາດສ້າງ ແກ້ໄຂ
ພື້ນຫລັງຂອງເກມໄດ້ງ່າຍແລະໄວ ໃນຂະນະດຽວກັນນີ້ຍັງສາມາດຫລີ້ນເກມໃນຮູບພື້ນຫລັງທີ່ເຮົາສ້າງຂື້ນໄດ້ອີກດວ້ຍ
ໂປຣແກຣມນີ້ເນ້ນການຫລີ້ນແບບງ່າຍໆ ແລະ ຍັງປ່ຽນແປງພື້ນຫລັງໄດ້ຕາມໃຈ
ເຮົາສາມາດສ້າງເກມ ດ້ວຍ Sandbox Game Maker ໃນຮູບແບບ FPS 3D (Frame Per Second) ແບບ Cube 2 ຫລື
ຈະເປັນເກມແນວ RPG (Role-playing game) ຫລືເກມແບບພະຈົນໄພແບບ 2.5D ກໍ່ຍັງໄດ້ ລອງເບີ່ງວິດີໂອ ດ້ານລຸ່ມເລີຍ
ຫລັງຈາກຮູ້ຄຸນສົມບັດມັນແລ້ວ ລອງມາເບີ່ງວິທີຕິດຕັ້ງ ສຳລັບທ່ານທີ່ໃຊ້ Ubuntu ຢູ່ແລ້ວ ສາມາດໃຊ້ Respositpry ຂອງ
Playdeb ເພື່ອຕິດຕັ້ງ Sandbox Game Maker ໄດ້ເລີຍ ຂັ້ນຕອນທຳອິດແມ່ນຕິດຕັ້ງ Playdeb ແພັກເກັດ
wget http://archive.getdeb.net/install_deb/playdeb_0.3-1~getdeb1_all.deb
sudo dpkg -i playdeb_0.3-1~getdeb1_all.deb
ຈາກນັ້ນກໍ່ອັບເດດ ຖານຂໍ້ມູນ ແພັກເກັດ ດັ່ງລຸ່ມນີ້ເລີຍ
Sudo apt-get update
ແລ້ວກໍ່ຕິດຕັ້ງ
sudo apt-get install sandboxgamemaker-all
ຫລັງຈາກສຳເລັດແລ້ວກໍ່ລອງໃຊ້ງານເບີ່ງເລີຍ ສ່ວນວິທີການໃຊ້ນັ້ນລອງເບີ່ງນຳວິດີໂອດ້ານເທີງແລະ
ສຶກສານຳກັນເນາະ ຖ້າມີຄົນສົນໃຈຫລາຍ ດຽວຈະມີບົດຄວາມຕໍ່ໄປ
ທີ່ມາ: http://thaiopensource.org
ການສ້າງ floating screensaver ດ້ວຍ ໂລໂກ້ ຂອງອົງກອນ ຂອງທ່ານເອງ
ກ່ອນອື່ນສ້າງໄຟລ໌ຄອນຟິກ lanux.desktop ໄວ້ໃນ
/usr/share/applications/screensavers/
ແລ້ວໃສ່ຂໍ້ມູນດັ່ງລຸ່ມນີ້ລົງໄປ
[Desktop Entry]
Encoding=UTF-8
Name=Floating lanux
Comment=lanux logo floating around the screen
Exec=floaters /usr/share/pixmaps/lanux.svg
TryExec=floaters
StartupNotify=false
Terminal=false
Type=Application
Categories=GNOME;Screensaver
X-Ubuntu-Gettext-Domain=gnome-screensaver
ສ້າງຮູບໂລໂກ້ ຂະຫນາດ 128 x 128 ພິກເຊວ (ເປັນໄຟລ໌ ນາມສະກຸນ .svg ) ຊຶ່ lanux.svg ໄວ້ໃນ
/usr/share/pixmaps
ລະກະເຂົ້າໄປປ່ຽນ screensaver @ system>preferances>screensaver
thanks : resource
ກວດເບິ່ງຄຳສັ່ງໃນ terminal ທີ່ທ່ານໃຊ້ຫຼາຍທີ່ສຸດ
ກວດສອບ 10 ອັນດັບຄຳສັ່ງທີ່ໃຊ້ຫລາຍທີ່ສຸດໃນ terminal
ຫາກທ່ານເປັນຄົນໜຶ່ງທີ່ມັກຄຸກຄີຢູ່ກັບ terminal ແທນທີ່ຈະໃຊ້ເມົ້າສ໌ຄຼິກໆ ແລະຕ້ອງການຢາກຈະຮູ້ວ່າທ່ານເອງໃຊ້ຄຳສັ່ງໃດໄປຫຼາຍທີ່ສຸດກໍ່ພຽງແຕ່ໃຊ້ຄຳສັ່ງດັ່ງລຸ່ມນີ້ໃນ terminal ເຊັ່ນເຄີຍ…
history | awk ‘{print $2}’ | sort | uniq -c | sort -rn | head -10
ປລ. ທ່ານສາມາດເພິ່ມຈຳນວນຄຳສັ່ງທີ່ຕ້ອງການ ເຊັ່ນ: ຫາກທ່ານຕ້ອງການຈະເບິ່ງ 20 ອັນດັບທີ່ທ່ານໃຊ້ຫລາຍທີ່ສຸດກໍ່ພຽງ ປ່ຽນເລກ 10 ເປັນ 20 (ທ້າຍແຖວ)
ຂອບໃຈແຫຼ່ງຂໍ້ມູນດີໆ ຈາກ OMGUBUNTU.co.uk