Article
ໃຜທີ່ສົນໃຈເຮັດເວປດວ້ຍ wordpress ເບີ່ງນີ້ເລີຍ
ຂໍ້ດີຂອງການເຮັດເວປດວ້ຍ CMS wordpress (CMS = Content Management System)
1. wordpress ເປັນລະບົບ CMS ທີ່ໃຫ້ໃຊ້ງານໂດຍບໍ່ເສຍຄ່າໃດໆ ເຊີ່ງໄດ້ມີການພັດທະນາຢູ່ສະເຫມີ ເຮັດເປັນເວີຊັນໃຫມ່ໆອອກມາເລື້ອຍໆ
2. wordpress ເປັນລະບົບ CMS ໃຊ້ງານງ່າຍ ສະດວກ ບໍ່ວ່າຈະເປັນການຕິດຕັ້ງ ການຈັດການ ຫມວດຫມູ່ໃນຕ່າງໆ
3. wordpress ດາວໂຫລດມາຕິດຕັ້ງເທີງ Host ຂອງເຮົາເອງໄດ້ ໃສ່ ລູກຫລີ້ນໄດ້ຫລາຍແບບ ເພາະວ່າມີລະບົບເສີມ ຫລື ທີ່ເອີ້ນກັນວ່າ
Plugin ໃຫ້ເລືອກໃຊ້ຢ່າງຫລວງຫລາຍ
4. wordpress ເປັນລະບົບ CMS ທີ່ໄດ້ມີການຈັດການເລື່ອງການໂປຣໂມດ ຫລືການເຮັດ SEO (Search Engine Optimization) ໃຫ້
ກັບເວບ ບ໊ຣອກ ເພາະມີເຄື່ອງມືຊ່ວຍໃນການຈັດການຫນ້າຕາເວປເຮົາ
5. wordpress ເປັນລະບົບ CMS ທີ່ຮອງຮັບການໃຊ້ງານ Beautiful Url ຫລືການຕັ້ງ Url ຕາມໃຈເຮົາ ຊື່ງເປັນຜົນດີກັບ SEO ໃນການຊອກຫາ ອ່ານຕໍ່ »»
ມາທຳຄວາມຮູ້ຈັກກັບ Android ຕື່ມ

Android ແມ່ນລະບົບປະຕິບັດການ open source ອີກລະບົບຫນື່ງ ທີ່ຄິດຄົ້ນແລະພັດທະນາໂດຍ Google ສິ່ງທີ່ເຮັດໃຫ້ Android ແຕກຕ່າງຈາກລະບົບປະຕິບັດການຂອງໂທລະສັບມືຖື ທົ່ວໄປຄື ບ່ອນທີ່ເປີດໂອກາດໃຫ້ແກ່ ນັກພັດທະນາ Software ທີ່ສົນໃຈເຂົ້າມາພັດທະນາ Application ໄດ້ຢ່າງ ເສລີ ໂດຍບໍ່ຕ້ອງໄດ້ເສຍຄ່າລິຂະສິດໃດໆ ເນື່ອງຈາກ Google ຕ້ອງການສັງຄົມອອນລາຍ ມຸ່ງເນັ້ນການເພີ່ມຈຳນວນ Applicationໃຫມ່ໆໃນ ລະບົບ Android ໃຫ້ຫລາຍຂື້ນຢ່າງໄວ ກົງກັນຂ້າມກັບ Apple ທີ່ ນັກພັດທະນາຈະຕ້ອງເສຍຄ່າດາວໂຫລດ ໂປຼແກຼມ ໄປພັດທະນາໃນລາຄາ 99 ໂດລາ ສຳລັບລະດັບມາດຕະຖານ ແລະ ໃນລະດັບທຸລະກິດຕ້ອງຈ່າຍຮອດ 299 ໂດລາ ໃນຂະນະດຽວກັນ Google ໄດ້ເປີດໂຕ “Android Market” ເພື່ອໃຫ້ນັກພັດທະນານຳ Software ມາວາງຂາຍໃນຕະຫລາດດັ່ງກ່າວ (ເຊັ່ນດຽວກັບໂປຼແກຼມຂອງໄອໂຟນ) ປັດຈຸບັນມີ Application ຂອງ Android Market ເຖິງ 2 ມື່ນ Application ແລ້ວ ແລະມີແນວໂນ້ມເພີ່ມຂື້ນຢ່າງຕໍ່ເນື່ອງ ອ່ານຕໍ່ »»
GimpBox ~Runing Gimp on single window mode
ມີຫຼາຍໆ ທ່ານທີ່ໃຊ້ Gimp ເຊິ່ງເປັນໂປຼແກຼມຕົກແຕ່ງພາບທີ່ຮູ້ຈັກກັນແພ່ຫຼາຍໃນຝັ່ງຂອງລີນຸກ, ເວົ້າໄດ້ວ່າເປັນ ໂຟໂຕ້ຊອບ ຂອງລີນຸກເລີຍກໍ່ວ່າໄດ້. ແຕ່ທີ່ຫຼາຍຄົນຍັງບໍ່ມັກກໍ່ຄື ໜ້າຕ່າງຂອງໂປຼແກຼມທີ່ແຍກອອກຈາກກັນເປັນອິດສະຫຼະ (ໜ້າສະແດງພາບ, ໜ້າກ່ອງເຄື່ອງມື ແລະໜ້າສະແດງພາເນວ ຕ່າງໆ) ແລະມັນເຮັດໃຫ້ຍາກແກ່ການໃຊ້ງານເວລາມີຫັຍງມາບັງເອົາໄວ້ (ໂຕເອງນີ້ລະ). ເຊິ່ງກໍ່ຕ້ອງຂອບໃຈໂຄງການດີໆ ທີ່ເຮັດໃຫ້ທັງ 3 ສ່ວນລວມຕົວກັນເປັນໜ້າຕ່າງດຽວ ທີ່ມີຊື່ວ່າ ‘Gimpbox’ .
ເຊິ່ງມັນເຮັດວຽກກັບເວີຊັນ 2.6.10 ແລະລຸ້ນກ່ອນໆ, ເຊິ່ງພຽງແຕ່ທ່ານດາວໂຫຼດ ສະຄຣິບ ໂດຍໃຊ້ຄຳສັ່ງ
sudo wget http://gimpbox.googlecode.com/hg/gimpbox.py -O /usr/local/bin/gimpbox
ມັນກໍ່ຈະດາວໂຫລດໄຟລ໌ໄປເກັບໄວ້ໃນ /usr/local/bin/ ແລະອີກເທື່ອໜຶ່ງ ຫຼັງຈາກດາວໂຫຼດແລ້ວໆ ກໍ່ຕ້ອງເຮັດໃຫ້ມັນ excute ໄດ້ໂດຍໃຊ້ຄຳສັ່ງ
sudo chmod +x /usr/local/bin/gimpbox
ຫຼັງຈາກນັ້ນທ່ານສາມາດເປີດໂປຼແກຼມໄດ້ໂດຍທາງຄຳສັ່ງຣັນຄື:
ກົດ ALT + F2 ແລ້ວພິມ gimpbox ກົດ ເອັນເຕີ້, ຫຼືສາມາດເຂົ້າໄປແປງ shortcut ທີ່ເຂົ້າສູ່ໂປຼແກຼມໄດໂດຍ ໄປທີ່
System > Preferences > Main Menu > Graphics (ໃນຊ່ອງດ້ານຊ້າຍ) > ກົດເມົ້າໃສ່ ‘GIMP Image Editor’ ແລ້ວກົດປຸ່ມ ‘Properties’ ສຸດທ້າຍ, ແທນທີ່ຄຳ ‘gimp’ ດ້ວຍ ‘gimpbox’
ປລ. ຫາກທ່ານບໍ່ສາມາດນຳໃຊ້ສະຄຣິບດັ່ງກ່າວໄດ້ ໃຫ້ທ່ານກວດເບິ່ງວ່າທ່ານລົງ python-wnck ແລ້ວຫຼືຍັງ
ຂອບໃຈທາງ www.omgubuntu.co.uk ທີ່ໃຫ້ຂໍ້ມູນດີໆ
ກວດເບິ່ງຄຳສັ່ງໃນ terminal ທີ່ທ່ານໃຊ້ຫຼາຍທີ່ສຸດ
ກວດສອບ 10 ອັນດັບຄຳສັ່ງທີ່ໃຊ້ຫລາຍທີ່ສຸດໃນ terminal
ຫາກທ່ານເປັນຄົນໜຶ່ງທີ່ມັກຄຸກຄີຢູ່ກັບ terminal ແທນທີ່ຈະໃຊ້ເມົ້າສ໌ຄຼິກໆ ແລະຕ້ອງການຢາກຈະຮູ້ວ່າທ່ານເອງໃຊ້ຄຳສັ່ງໃດໄປຫຼາຍທີ່ສຸດກໍ່ພຽງແຕ່ໃຊ້ຄຳສັ່ງດັ່ງລຸ່ມນີ້ໃນ terminal ເຊັ່ນເຄີຍ…
history | awk ‘{print $2}’ | sort | uniq -c | sort -rn | head -10
ປລ. ທ່ານສາມາດເພິ່ມຈຳນວນຄຳສັ່ງທີ່ຕ້ອງການ ເຊັ່ນ: ຫາກທ່ານຕ້ອງການຈະເບິ່ງ 20 ອັນດັບທີ່ທ່ານໃຊ້ຫລາຍທີ່ສຸດກໍ່ພຽງ ປ່ຽນເລກ 10 ເປັນ 20 (ທ້າຍແຖວ)
ຂອບໃຈແຫຼ່ງຂໍ້ມູນດີໆ ຈາກ OMGUBUNTU.co.uk
animations ເຕືອນ Gmail ໃໝ່
ຊ່ວງນີ້ຍັງເປັນຊ່ວງພັກຮຽນຢູ່ ກະເລີຍບໍ່ມີຫຍັງໃຫ້ເຮັດຫລາຍ
ເຫັນຫລາຍຄົນມັກໃຊ້ Gmail ກະເລີຍເອົາໂຕເຕືອນເມວທີ່ເປັນ animation ກວນໆມາໃຫ້ໃຊ້ກັນ
ສິ່ງທີ່ຕ້ອງກະກຽມກ່ອນ:
1. ກຽມຈິດກຽມໃຈໃຫ້ພ້ອມ (ເພາະເມື່ອມີ ເມວ ເຂົ້າມັນຈະຮົກຕາ)
2. ໃນບົດຄວາມນີ້ ຂພຈ ໃຊ້ ອູບຸນຕູ 10.04
3. adobe air [ຫາໂຫລດໄດ້ຈາກ software centre]
4. ຕົວຕິດຕັ້ງ ຂອງ [b2] Gmail Notifier ໂຫລດໄດ້ຈາກ http://home.b2labs.com/node/31
5. ຖ້າຍັງບໍ່ຈຸໃຈ ເອນິເມຊັນ ທີ່ຕິດມານຳໂປຼແກຼມ (ທີ່ມີພຽງ 4 ຕົວເລືອກ) ສາມາດດາວໂຫລດມາລົງຕື່ມໄດ້ ຕາມໃຈປາຖະໜາ ຈາກ http://home.b2labs.com/animations
ເຂົ້າຫາໂປຼແກຼມໄດ້ທີ່ applications > accessorriesຫລືທ່ານສາມາດປັບໃຫ້ມັນ auto start ໄດ້ເຊັ່ນກັນ
ທ່ານສາມາດປັບຕັ້ງຄ່າຕ່າງໆ ໄດ້ຈາກ ຄຼິກຂວາ notification panel > options ເຊັ່ນ: ເວລາທີ່ຕ້ອງການໃຫ້ໂປຼແກຼມກວດເມວໃຫມ່, ເວລາທີ່ຈະໃຫ້ເອນິເມຊັນສະແດງດົນປານໃດ ແລະອື່ນໆ
ສຳລັບວິທີການຕິດຕັ້ງ ເອນິເມຊັຮເພິ່ມນັ້ນ ໃຫ້ທ່ານ ຄຼິກຂວາ notification panel > options > animation > install animation… ແລ້ວເລືອກເອນິເມຊັນທີ່ທ່ານໂຫລດມາ.
ນອນຈາກນັ້ນ ທ່ານຍັງສາມາດປ່ຽນສຽງ ຕາມທີ່ທ່ານຕ້ອງການໄດ້ ໂດຍໝາຍ ***ຖືກ*** ໃສ່ໜ້າ use custom sound ແລ້ວເລືອກສຽງທີ່ຕ້ອງການ
ປລ. ທ່ານສາມາດໃຊ້ໃນ Ms windows ໄດ້ ແລະແນ່ນອນໃຊ້ຄູ່ກັບ adobeair ອີກເຊັ່ນເຄີຍ
ຂອບໃຈ ::: omgubuntu.co.uk