activities

ເຊີນເຂົ້າຮ່ວມງານ ມາຫາກຳຊອບແວ ໂອເພັນຊອດ ແຫ່ງ ປະເທດໄທ ຄັ້ງທີ່ 10

3
joomlalaolao 29-09-2010

ມາຫາກຳຊອບແວ ໂອເພັນຊອດ ແຫ່ງ ປະເທດໄທ ຄັ້ງທີ່ 10
The 10th Thailand Open Source Software Festival 2010

ພັດທະນາການຄວາມຄິດສູ່ຄວາມສຳເລັດທີ່ຫມັ້ນຄົງຂອງອົງກອນ

ມະຫາກຳຊອບແວ ໂອເພັນຊອດ ແຫ່ງປະເທດໄທຍ ຄັ້ງທີ່ 10 ນຳສະເຫນີແນວທາງປະຍຸກໃຊ້ຊອບແວ ໂອເພັນຊອດ ໃນອົງກອນ ທາງເລືອກເພື່ອການພັດທະນາກະຍະພາບ
ທຸລະກິດຊອບແວ ພາຍໃນປະເທດໄທ ແລະ ການຖ່າຍທອດຄວາມຮູ້ກ່ຽວກັບການໃຊ້ງານໃຫ້ແກ່ ຫນ່ວຍງານພາກລັດ ແລະ ເອກະຊົນ ລວມທັງການ ສະແດງ ນິທັດສະການ
ຈາກຜູ້ບໍລິຫານດ້ານຊອບແວໂອເພັນຊອດ ສູນເຕັກໂນໂລຍີອີເລັກທໍນິກ ແລະ ຄອມພິວເຕີແຫ່ງຊາດໃຫ້ຄວາມສຳຄັນກັບການໃຊ້ຊອບແວໂອເພັນຊອດ ເພື່ອເປັນຊອບແວທາງເລືອກສຳຫຼັບຫນ່ວຍງານພາກລັດ ແລະ
ເອກກຊົນ ຈິງໄດ້ຈັດກງານມະຫາກຳຊອບແວ ໂອເພັນຊອດແຫ່ງປະເທດໄທຍ ຄັ້ງທີ່ 10 ພາຍໃຕ້ແນວຄິດວ່າ ພັດທະນາການຄວາມຄິດສູ່ຄວາມສຳເລັດທີ່ຫມັ້ນຄົງຂອງອົງກອນ
ໃນລະຫວ່າງ ວັນທີ່ 30 ກັນຍາ – 1 ຕຸລາ 2010 ຫ້ອງ ຄອນເວນຊັນຮໍ ອາຄານ ປັນຍາພິວັດ ສະຖາບັນເຕັກໂນໂລຍີ ປັນຍາພິວັດ ຖະຫນົນ ແຈ້ງວັດທະນະ ຈັດໃຫ້ມີການນຳສະ
ເຫນີຂໍ້ມູນສຳມະນາ ສຳຫຼັບ ຫນ່ວຍງານພາກລັດ ໃນວັນທີ່ 30 ກັນຍາ 2010 ແລະ ນຳສະເຫນີຂໍ້ມູນສຳມະນາ ສຳຫຼັບພາກລັດ ຫນ່ວຍງານເອກຊົນ ໃນວັນທີ່ 1 ຕຸລາ 2010

ສາມາດເບິງລາຍລະອຽດໄດ້ທີ່   http://ossfestival.in.th/

ຫມາຍເຫດ : ຖ້າຫາກອ້າຍນ້ອງ ລາວໂອເພັນຊອດ ສົນໃຈ ເຂົ້າຮວມງານ ບໍ່ຮູ້ສະຖານທີ ແລະ ການເດີນທາງ ສາມາດຕິດຕໍ່ ຂ້າພະເຈົ້າໄດ້ ທີ່ເບີ 0804040482 and 0803334388
ຂ້າພະເຈົ້າ ຢູ່ ກຸ່ງເທພ ນີ້ແຫລະ ສຳຫຼັບ ໃຜຢາກປະຫຍັດລາຍຈ່າຍ ແມ່ນສາມາດ ມາພັກ ຫໍພັກ ນຳ ຂ້າພະເຈົ້າໄດ້ .    Email :  info@joomlalaolao.com   msn : touit2000@hotmail.com