Author Archive
Ubuntu one ເພີ່ມບໍລິການ Music Streaming
ຄ້າຍ Canonical ຍັງຜັກດັນ Ubuntu One ໃຫ້ເປັນບໍລິການຄົບວົງຈົນ ທຳອິດມັນເປັນພຽງ cloud storage ແຕ່ກໍເພີ່ມບໍລິການ contact sync ກັບຮ້ານຂາຍເພງອອນໄລນ໌ ເຂົ້າມາພາຍຫລັງ ລ່າສຸດມັນຖືກຕໍ່ຍອດໃຫ້ສະຕີມເພງມາສູ່ອຸປະກອນພົກພາໄດ້ແລ້ວ
ໃນເບື້ອງຕົ້ນມືຖື Android ສາມາດໃຊ້ບໍລິການສະຕີມເພງໄດ້ກ່ອນ ແຕ່ Canonical ກໍມີແຜນຈະຮອງຮັບ iPhone ແລະມືຖືອື່ນໆ ໃນອະນາຄົດ ບໍລິການສະຕີມເພງນີ້ສາມາດໃຊ້ໄດ້ທັງ
- ເພງທີ່ເຮົາຊື້ຜ່ານ Ubuntu One Music Store ແລະຖືກເກັບໄວ້ເທິງ cloud
- ເພງ MP3 ທີ່ເຮົາອັບໂຫລດຂຶ້ນໄປໄວ້ເທິງ cloud ເອງ
ຕອນນີ້ Ubuntu One Music Streaming ຍັງຢູ່ໃນຂັ້ນເບຕ້າແລະໃຫ້ທົດລອງຟຼີ ແຕ່ເມື່ອສົມບູນແລ້ວຈະໃຫ້ບໍລິການສະເພາະສະມາຊິກແບບເສຍເງີນເທົ່ານັ້ນ
ທີ່ມາ – blognone
Software Center Ubuntu 10.10 ຈະມີພາບພື້ນຫລັງ
ໂປຼແກຼມສູນຊອຟົຕ໌ແວລ໌ໃນ Ubuntu 10.10 ຈະມີພາບພື້ນຫລັງຢູ່ໃນໜ້າຈໍໂປຼແກຼມ ເຖິງເບິງຄືຈະເປັນສິ່ງນ້ອຍໆບໍ່ມີຄວາມຫລາຍກໍ່ຕາມ ແຕ່ມັນກະເຮັດໃຫ້ Ubuntu ສ່ວຍງາມແລະຫນ້າໃຊ້ຫລາຍຂຶ້ນກວ່າເກົ່າ ທາງລຸ່ມນີ້ແມ່ນຮູບຕົວຢ່າງທີ່ໄດ້ມາ:
Opennebula ຢ້ຳຈຸດຍືນແລະເຫັນພ້ອງກັບແນວທາງຂອງ openstack
Ignacio M. Llorente ອອກມາໃຫ້ຄວາມຄິດເຫັນກ່ຽວກັບການປະກາດຄວາມຮ່ວມມືໃນການພັດທະນາ OpenStack ຊຶ່ງເປັນ Cloud Platform ແບບໂອເພນຊອລ໌ສຕົວໃໝ່ ທີ່ຫາກໍ່ປະກາດເປີດຕົວໄປເມື່ອບໍ່ດົນມານີ້ ໃນຖານະທີມ OpenNebula ອອກມາສະແດງຄວາມຄິດເຫັນວ່າ ຮູ້ສຶກຕື່ນເຕັ້ນກັບການພັດທະນາຂອງຊຸມຊົນ Cloud Computing ຢ່າງຫລາຍ ແລະດີໃຈທີ່ເຫັນຜູ້ໃຫ້ບໍລິການລາຍໃຫຍ່ ເຂົ້າມາຮ່ວມມືໃນການພັດທະນາ ຢ່າງໃດກໍຕາມທີມ OpenNebula ເຫັນດ້ວຍກັບຄວາມຄິດເຫັນໃນການພັດທະນາ OpenStack ເພາະຈະເປັນການເລີ່ມຕົ້ນໃນການກຳນົດສະຖາປັດຍະກຳເປີດສຳລັບ Cloud Computing ແບບ IaaS ແລະເປັນໂຄງການໂອເພນຊອລ໌ສຍ່າງແທ້ຈິງ ຊຶ່ງ OpenStack ໄດ້ວິຈານໂຄງການໂອເພນຊອລ໌ສ Cloud Computing ກ່ອນຫນ້າທີ່ມັກໃຊ້ໂມເດນແບບ Open-Core ຊຶ່ງເປັນການເລີ່ມຕົ້ນແບບປິດ ເນື່ອງຈາກບາງໂຄງການມີການແບ່ງລຸ້ນ Enterprise ແລະລຸ້ນໂອເພນຊອລ໌ສ ຊຶ່ງສົ່ງຜົນໃຫ້ ໂຄງການທີ່ຢູ່ໃນສ່ວນໂອເພນຊອລ໌ສທີ່ບໍ່ແມ່ນ Enterprise ຂາດຄຸນສົມບັດຫລາຍຢ່າງ ທັງໃນດ້ານການຂະຫຍາຍຂະໜາດ ການບໍລິຫານຈັດການ Virtual Machine ຫລາຍພັນເຄື່ອງໄດ້ ການປະກາດເປີດຕົວຂອງ OpenStack ເຮັດໃຫ້ທີມງານຂອງ OpenNebula ຕ້ອງມາປະກາດຈຸດຍືນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເຂົ້າໃຈຜິດຂອງຊຸມຊົນຜູ້ໃຊ້ແລະການຂະຫຍາຍຕົວຂອງຊຸມຊົນ ຂອງ OpenNebula ອ່ານຕໍ່ »»
Ubuntu 10.10 ຈະຮອງຮັບມັນຕິທັດ
Mark Shuttleworth ຜູ້ນຳໂຄງການ Ubuntu ປະກາດຜ່ານບຼ໊ອກວ່າ Ubuntu 10.10 “Maverick Meerket” ຈະຮອງຮັບມັນຕິທັດແລະການສັ່ງງານແບບສຳຜັດ ຜ່ານເຟມເວິກຊື່ UTouch ຊຶ່ງທາງ Canonical ເປັນຜູ້ພັດທະນາຂຶ້ນມາ. UTouch ມີສັນຍາອະນຸຍາດແບບ GPLv3 ແລະ LGPLv3 ປະສົມກັນ (ໂຄ໊ດຢູ່ເທິງ Launchpad ແລ້ວ) ໃນເບື້ອງຕົ້ນ ໂນ໊ດບຸ໊ກຜູ້ໂຊກດີຄື Dell Latitude XT2 ທີ່ Canonical ໃຊ້ເປັນຮາລ໌ດແວລ໌ຫລັກສຳລັບພັດທະນາ ຊຶ່ງຮັບປະກັນໄດ້ວ່າມັນເຮັດວຽກຮ່ວມກັບ UTouch ໄດ້ຫລາຍທີ່ສຸດ ແຕ່ Shuttleworth ກໍສັນຍາວ່າໃນອະນາຄົດຈະຮອງຮັບອຸປະກອນຫລາຍຂຶ້ນ ລວມເຖິງ Magic Trackpad ດ້ວຍ ອ່ານຕໍ່ »»