Author Archive

ມາແລ້ວກັບ Tablet ທີ່ໃຊ້ລະບົບ Ubuntu

4
BbOyLaO 20-12-2010

ໃນຊ້ວງນີ້ເນາະ ກະແສຂອງ Tablet ກໍ່ມາແຮງຫລາຍ ບໍ່ວ່າຈະເປັນລະບົບ windows ແລະ Mac ແຕ່ Ubuntu ກໍ່ມີຄືກັນເນາະ ຕາມຂ່າວທີ່ບອກວ່າຕົວເຄື່ອງເລີ່ມຈັດສົ່ງໃນເດືອນນີ້ ທີ່ຫນ້າສົນໃຈແມ່ນ ມີຫນ້າຈໍ 2 ຈໍແບບດຽວກັບ Toshiba ທີ່ເຄີຍເຫັນກັນຜ່ານມາ

ສ່ວນຕົວເຄື່ອງນີ້ມີຊື່ ວ່າ Kno ລາຍລະອຽດເຄື່ອງດັ່ງລຸ່ມນີ້ເລີຍ

- Tegra T200 running at 1 Ghz
- 512 MB of RAM
- 16 to 32 GB Storage
- Two 14.1″ screens
- Wifi, Bluetooth, Accelerometer, Microphone, Headphone jack, Ambient light sensor, etc…
- 6 Hours battery

ອ່ານຕໍ່ »»

ຄຳສັ່ງ Linux ພື້ນຖານ

BbOyLaO 19-11-2010

ມື້ນີ້ຈະຂໍແນະນຳບາງຄຳສັ່ງພື້ນຖານຂອງ Linux ກັນເນາະ, ຈະຄ່ອຍໆເອົາມານຳສະເຫນີ

1. ຄຳສັ່ງ ls
ເປັນຄຳສັ່ງທີ່ໃຊ້ສຳຫລັບເບີ່ງຂໍ້ມູນ (ເຊັ່ນດຽວກັບ dir  ຂອງ DOS) ມາຈາກຄຳວ່າ list ຮູບແບບຂອງຄຳສັ່ງ ls [option] [file]
Option ທີ່ມັກໃຊ້ກັນໃນ ls ຄື
-l ຈະສະແດງຜົນແບບ long Format ຊື່ງຈະສະແດງ Permission ຂອງລາຍລະອຽດດວ້ຍ
-a ຈະສະແດງຂໍ້ມູນທັງຫມົດ
-F ຈະສະແດງ / ຫລັງ Directory ແລະ * ຫລັງແຟ້ມຂໍ້ມູນທີ່ execute ໄດ້ ຕົວຢ່າງການໃຊ້  ls -l          ls -al           ls -F

2. ຄຳສັ່ງ adduser
ຄຳສັ່ງເພີ່ມ User ໃຫ້ກັບລະບົບ Unix, Linux
ຮູບແບບການໃຊ້ງານ adduser -g (group) -d (Directory) (User)
ຕົວຢ່າງ adduser -g root -d /home/user1 user ສ້າງ user ຊື່ Login ແມ່ນ user1 ເປັນສະມາຊິກໃນກຸ່ມ root

ອ່ານຕໍ່ »»

ໃຜທີ່ສົນໃຈເຮັດເວປດວ້ຍ wordpress ເບີ່ງນີ້ເລີຍ

3
BbOyLaO 05-11-2010

ຂໍ້ດີຂອງການເຮັດເວປດວ້ຍ CMS wordpress (CMS = Content Management System)
1. wordpress ເປັນລະບົບ CMS ທີ່ໃຫ້ໃຊ້ງານໂດຍບໍ່ເສຍຄ່າໃດໆ ເຊີ່ງໄດ້ມີການພັດທະນາຢູ່ສະເຫມີ ເຮັດເປັນເວີຊັນໃຫມ່ໆອອກມາເລື້ອຍໆ
2. wordpress ເປັນລະບົບ CMS ໃຊ້ງານງ່າຍ ສະດວກ ບໍ່ວ່າຈະເປັນການຕິດຕັ້ງ ການຈັດການ ຫມວດຫມູ່ໃນຕ່າງໆ
3. wordpress ດາວໂຫລດມາຕິດຕັ້ງເທີງ Host ຂອງເຮົາເອງໄດ້ ໃສ່ ລູກຫລີ້ນໄດ້ຫລາຍແບບ ເພາະວ່າມີລະບົບເສີມ ຫລື ທີ່ເອີ້ນກັນວ່າ
Plugin ໃຫ້ເລືອກໃຊ້ຢ່າງຫລວງຫລາຍ
4. wordpress ເປັນລະບົບ CMS ທີ່ໄດ້ມີການຈັດການເລື່ອງການໂປຣໂມດ ຫລືການເຮັດ SEO (Search Engine Optimization) ໃຫ້
ກັບເວບ ບ໊ຣອກ ເພາະມີເຄື່ອງມືຊ່ວຍໃນການຈັດການຫນ້າຕາເວປເຮົາ
5. wordpress ເປັນລະບົບ CMS ທີ່ຮອງຮັບການໃຊ້ງານ Beautiful Url ຫລືການຕັ້ງ Url ຕາມໃຈເຮົາ ຊື່ງເປັນຜົນດີກັບ  SEO ໃນການຊອກຫາ ອ່ານຕໍ່ »»

ອີກໂປຣແກຣມຫນື່ງທີ່ຫນ້າສົນໃຈ Sandbox Game Maker ໃນ Ubuntu

2
BbOyLaO 21-10-2010

Sandbox Game Maker ເປັນໂປຣແກຣມອອກແບບເກມ 3D ໂດຍໃຊ້ Engine ຂອງ Cube 2 ຊື່ງຜູ້ໃຊ້ສາມາດສ້າງ ແກ້ໄຂ
ພື້ນຫລັງຂອງເກມໄດ້ງ່າຍແລະໄວ ໃນຂະນະດຽວກັນນີ້ຍັງສາມາດຫລີ້ນເກມໃນຮູບພື້ນຫລັງທີ່ເຮົາສ້າງຂື້ນໄດ້ອີກດວ້ຍ
ໂປຣແກຣມນີ້ເນ້ນການຫລີ້ນແບບງ່າຍໆ ແລະ ຍັງປ່ຽນແປງພື້ນຫລັງໄດ້ຕາມໃຈ
ເຮົາສາມາດສ້າງເກມ ດ້ວຍ Sandbox Game Maker  ໃນຮູບແບບ FPS 3D (Frame Per Second) ແບບ Cube 2 ຫລື
ຈະເປັນເກມແນວ RPG (Role-playing game) ຫລືເກມແບບພະຈົນໄພແບບ 2.5D ກໍ່ຍັງໄດ້ ລອງເບີ່ງວິດີໂອ ດ້ານລຸ່ມເລີຍ

ຫລັງຈາກຮູ້ຄຸນສົມບັດມັນແລ້ວ ລອງມາເບີ່ງວິທີຕິດຕັ້ງ ສຳລັບທ່ານທີ່ໃຊ້ Ubuntu ຢູ່ແລ້ວ ສາມາດໃຊ້ Respositpry ຂອງ
Playdeb ເພື່ອຕິດຕັ້ງ Sandbox Game Maker ໄດ້ເລີຍ ຂັ້ນຕອນທຳອິດແມ່ນຕິດຕັ້ງ Playdeb ແພັກເກັດ

wget http://archive.getdeb.net/install_deb/playdeb_0.3-1~getdeb1_all.deb
sudo dpkg -i playdeb_0.3-1~getdeb1_all.deb

ຈາກນັ້ນກໍ່ອັບເດດ ຖານຂໍ້ມູນ ແພັກເກັດ ດັ່ງລຸ່ມນີ້ເລີຍ
Sudo apt-get update

ແລ້ວກໍ່ຕິດຕັ້ງ
sudo apt-get install sandboxgamemaker-all

ຫລັງຈາກສຳເລັດແລ້ວກໍ່ລອງໃຊ້ງານເບີ່ງເລີຍ ສ່ວນວິທີການໃຊ້ນັ້ນລອງເບີ່ງນຳວິດີໂອດ້ານເທີງແລະ
ສຶກສານຳກັນເນາະ ຖ້າມີຄົນສົນໃຈຫລາຍ ດຽວຈະມີບົດຄວາມຕໍ່ໄປ

ທີ່ມາ: http://thaiopensource.org

ຫລັງຈາກຕິດຕັ້ງ Ubuntu 10.10 ເຮົາຄວນເຮັດຫຍັງຕໍ່

1
BbOyLaO 15-10-2010

ສຳລັບໃຜທີ່ຍັງເປັນມືໃຫມ່ໃນ Ubuntu ຫລື ເຄີຍໃຊ້ມາແລ້ວເນາະ ຫລັງຈາກທີ່ເຮົາຕິດຕັ້ງແລ້ວຕ້ອງມີການອັບເດດ ຫລື ຕິດຕັ້ງບາງຢ່າງເນາະ
ມາເບີ່ງຂັ້ນຕອນວ່າມີຫຍັງແນ່

1. ອັບເດດ
ຫລັງຈາກຕິດຕັ້ງ Ubuntu ທຸກຄັ້ງເຮົາຄວນອັບເດດ ເນື່ອງຈາກວ່າ ໂປຣແກຣມແມ່ນມີການພັດທະນາຢ່າງໄວ ອັບເດດເພື່ອຮັບ
ເອົາ Function ໃຫມ່ໆ
2. ຕິດຕັ້ງ Driver VGA card ເພື່ອຫລີ້ນ 3D
ຖ້າຢາກຫລີ້ນ Desktop Effect ໄດ້ແບບລະອຽດຕ້ອງຕິດຕັ້ງ Driver VGA card ເພື່ອຫລີ້ນ 3D ໄດ້ຢ່າງຊັດເຈນ ຊື່ງໃນ
Ubuntu ຈະຄົ້ນຫາ Driver ໃຫ້ເຮົາໂດຍ ອັດຕະໂນມັດ
3. ຕັ້ງຄ່າ Ubuntu One ເພື່ອ Sync file
Ubuntu One ເປັນການບໍລິການພື້ນທີ່ເກັບຂໍ້ມູນເທີງ Could ທີ່ໃຫ້ພື້ນທີ່ 2 Gb ກັບ ຜູ້ໃຊ້ຟຣີໆ Ubuntu One ນອກຈາກຈະ
Sync file ທີ່ຢູ່ໃນເຄື່ອງໄດ້ແລ້ວຍັງສາມາດເກັບເພັງ  Ubuntu One Music Store, Fire fox bookmark, Tomboy
Note, Evolution Contact ໄດ້ອີກ
4. ຕິດຕັ້ງ Ubuntu Tweak ເຮັດໃຫ້ຊີວິດການໃຊ້ Ubuntu ເຮົາງ່າຍຂື້ນ
Ubuntu Tweak ເປັນເຄື່ອງມືໃນການຈັດການ Ubuntu ໃຫ້ຖືກໃຈຫລາຍຂື້ນບໍ່ວ່າຈະເປັນການຕິດຕັ້ງໂປຣແກຣມເພີ່ມເຕີມ
ກະທັ້ງລົບ file  ທີ່ບໍ່ໄດ້ໃຊ້ໃນເຄື່ອງອອກ
5. ຕິດຕັ້ງໂປຣແກຣມຄັກໆ ເພີ່ມຕື່ມຈາກ Software Center
Software Center ເປັນໂປຣແກຣມທີ່ໃຊ້ຈັດການຕິດຕັ້ງ/ລືບໂປຣແກຣມຕ່າງໆທີ່ຢູ່ໃນ Ubuntu ທ່ານສາມາດຕິດຕັ້ງໂປຣແກຣມ
ເພີ່ມເຕີມໄດ້ງ່າຍໆ ມີໂປຣແກຣມໃຫ້ເລືອກຫລາກຫລາຍ 3,000 ໂປຣແກຣມ ອ່ານຕໍ່ »»