ມາລຸ້ນກັນວ່າ Firefox 4 ຈະແລ້ວທັນໃຊ້ກັບ mac ລະບົບ GPU acceleration ຫລືບໍ?

1 Star2 Stars3 Stars4 Stars5 Stars (No Ratings Yet)
Loading ... Loading ...
BbOyLaO 30-09-2010

feather ອັນຫນື່ງຂອງ Firefox 4 ຄືການໃຊ້ GPU ຊ່ວຍປະມວນຜົນກຣາບຟິກ ແຕ່ ຕອນນີ້ມັນຍັງໃຊ້ໄດ້ສະເພາະແຕ່ໃນ  Windows ເທົ່ານັ້ນ.

ແລະທາງ Mozilla ເອງກໍ່ກຳລັງພິຈາລະນາວ່າຈະເປີດ feather ປະມວນຜົນກຣາບຟິກຜ່ານ OpenGL ຢູ່ mac ດີຫລືບໍ່ ເພາະຕອນນີ້ຍັງມີ ປັນຫາ ຢູ່ຫລາຍ ແລະ ບາງ Website ຍັງສະແດງຜົນໄດ້ຊ້າອີກ ຕອນນີ້ຄວາມເປັນໄປໄດ້ມີ 3 ປະການຄືຖ້າແກ້ ປັນຫາ ໄດ້ທັນ ມັນກໍ່ຈະເປັນ Firefox 4 Beta 7 ແຕ່ຖ້າບໍ່ທັນ ທາງ Mozilla ອາດຈະຢືດເວລາການພັດທະນາ  Firefox 4 ອອກໄປອີກ ຫລື ບໍ່ກໍ່ຈະຕັດ feather ນີ້ຈາກ Firefox 4 ເວີຊັນ ຂອງ mac ເລີຍກໍ່ເປັນໄປໄດ້.

ທີ່ມາ: http://news.cnet.com/8301-30685_3-20017980-264.html

ບົດຄວາມທີ່ຫນ້າສົນໃຈ

ສະແດງຄວາມຄິດເຫັນ