ຄຳສັ່ງ Linux ພື້ນຖານ

1 Star2 Stars3 Stars4 Stars5 Stars (No Ratings Yet)
Loading ... Loading ...
BbOyLaO 19-11-2010

ມື້ນີ້ຈະຂໍແນະນຳບາງຄຳສັ່ງພື້ນຖານຂອງ Linux ກັນເນາະ, ຈະຄ່ອຍໆເອົາມານຳສະເຫນີ

1. ຄຳສັ່ງ ls
ເປັນຄຳສັ່ງທີ່ໃຊ້ສຳຫລັບເບີ່ງຂໍ້ມູນ (ເຊັ່ນດຽວກັບ dir  ຂອງ DOS) ມາຈາກຄຳວ່າ list ຮູບແບບຂອງຄຳສັ່ງ ls [option] [file]
Option ທີ່ມັກໃຊ້ກັນໃນ ls ຄື
-l ຈະສະແດງຜົນແບບ long Format ຊື່ງຈະສະແດງ Permission ຂອງລາຍລະອຽດດວ້ຍ
-a ຈະສະແດງຂໍ້ມູນທັງຫມົດ
-F ຈະສະແດງ / ຫລັງ Directory ແລະ * ຫລັງແຟ້ມຂໍ້ມູນທີ່ execute ໄດ້ ຕົວຢ່າງການໃຊ້  ls -l          ls -al           ls -F

2. ຄຳສັ່ງ adduser
ຄຳສັ່ງເພີ່ມ User ໃຫ້ກັບລະບົບ Unix, Linux
ຮູບແບບການໃຊ້ງານ adduser -g (group) -d (Directory) (User)
ຕົວຢ່າງ adduser -g root -d /home/user1 user ສ້າງ user ຊື່ Login ແມ່ນ user1 ເປັນສະມາຊິກໃນກຸ່ມ root

3. ຄຳສັ່ງ  useradd
ຄຳສັ່ງເພີ່ມ User ໃຫ້ກັບລະບົບ Unix, Linux (ໃຊ້ຄືກັບຄຳສັ່ງ adduser)
ຮູບແບບການໃຊ້ງານ useradd -g (group) -d (Directory) (User)
ຕົວຢ່າງ useradd -g root -d /home/user1 user ສ້າງ user ຊື່ Login ແມ່ນ user1 ເປັນສະມາຊິກໃນກຸ່ມ root

4. ຄຳສັ່ງ userdel
ຄຳສັ່ງລົບ user ອອກຈາກລະບົບ Unix, Linux
ຮູບແບບການໃຊ້ງານ userdel [option] (Username)
ຕົວຢ່າງ userdel -r root user1 ລົບ User ຊື່ Login User1 -r ຄືໃຫ້ລົບ Home Directory ຂອງ User1 ດວ້ຍ

5. ຄຳສັ່ງ passwd
ເປັນຄຳສັ່ງກຳນົດແລະແກ້ໄຂລະຫັດຜ່ານຂອງ user ຂອງລະບົບ Unix, Linux
ຮູບແບບການໃຊ້ງານ passwd [Username]
ຕົວຢ່າງ passwd user1 (ກຳນົດລະຫັດຜ່ານໃຫ້ user1 ຖ້າບໍພິມຊື່ user ລະບົບ Unix ຈະຫມາຍຄວາມວ່າແກ້
ໄຂລະຫັດຜ່ານຂອງຄົນທີ່ login ເຂົ້າມາ)

6. ຄຳສັ່ງ alias
ຄຳສັ່ງກຳນົດຄຳສັ່ງຍໍ້ຂອງລະບົບ Unix, Linux ( ຄ້າຍກັບຄຳສັ່ງ SET ໃນ DOS ແຕ່ສາມາດໃຊ້ເປັນຄຳສັ່ງ RUN ໄດ້)
ຮູບແບບການໃຊ້ງານ alias [ຊື່ໃຫມ່=ຂໍ້ຄວາມ]
ຕົວຢ່າງ alias copy=cp ກຳນົດໃຫ້ພິມ copy ແທນຄຳສັ່ງ cp ໄດ້

7. ຄຳສັ່ງ bash
ຄຳສັ່ງເອີ້ນໃຊ້ Boume again shell ຂອງລະບົບ Unix,Linux
ຮູບແບບການໃຊ້ງານ bash
ຕົວຢ່າງ bash [Enter] (ເອິ້ນໃຊ້ Boume again shell)

8. ຄຳສັ່ງ bc
ຄຳສັ່ງເອີ້ນໃຊ້ໂປຣແກຣມຄິດໄລ່ເລກຂອງ Unix,Linux
ຮູບແບບການໃຊ້ງານ bc [-lwsqv] [option] [file]
ຕົວຢ່າງ bc [Enter] 1+2 [Enter] 1^2 [Enter] a=3 [Enter] b=4 [Enter] a*b [Enter] x=2;y=5;x+y[Enter] [Ctrl-d] ເພື່ອອອກ
ຫມາຍເຫດ: ຄຳສັ່ງນີ້ຈະໃຊ້ໄດ້ຕ້ອງ ຕິດຕັ້ງ package ລົງໄປກ່ອນ

9. ຄຳສັ່ງ cp
ເປັນຄຳສັ່ງທີ່ໃຊ້ສຳຫລັບ ກ໊ອບປີ້ ເອກະສານ ມາຈາກຄຳວ່າ copy
ຮູບແບບຄຳສັ່ງ cp source target
ຕົວຢ່າງການໃຊ້ງານ #cp test.txt /home/user1

10. ຄຳສັ່ງ cd
ຄຳສັ່ງ Change Directory ຂອງລະບົບ Unix,Linux (ຄ້າຍກັບຄຳສັ່ງ CD ຂອງ DOS)
ຮູບແບບການໃຊ້ງານ cd [directory]
ຕົວຢ່າງ  cd/etc [Enter] ໄປ directory etc
cd ..[Enter] ຍ້າຍໄປ Directory ອີກ 1 ຂັ້ນ

ເອົາທໍ່ນີ້ກ່ອນເນາະ ແລ້ວຈະມາອັບເດດຕື່ມອີກ

ບົດຄວາມທີ່ຫນ້າສົນໃຈ

ສະແດງຄວາມຄິດເຫັນ