Ubuntu ຫັນທິດໄປກັບ LibreOffice

lanux 22-01-2011

ຊ່ວງນີ້ບໍ່ຄ່ອນໄດ້ເຂົ້າມາຢ້ຽມຢາມ ວຸ້ນກັບຮຽນ ພໍດີສະໝອງຕັນຄິດຫັຍງບໍ່ໄດ້ກໍ່ເລີຍມາຈອບໆ ແນມໆຈັກໜ້ອຍ

ທີມພັດທະນາ Ubuntu ໄດ້ເພີ່ມແພັກເກັຈ໌ LibreOffice ເຂົ້າໃນ Ubuntu 11.04 Natty Narwhal ແລ້ວ ທັງທີ່ LibreOffice ຍັງບໍ່ທັນປ່ອຍໂຕເຕັມອອກມາ

ແທນ OpenOffice.org ທີ່ເຄີຍເປັນຊຸດ ອອຟ໌ຟີສ ມາແຕ່ດົນແຕ່ນານ.

ທີ່ມາ: blognone

ມາແລ້ວກັບ Tablet ທີ່ໃຊ້ລະບົບ Ubuntu

4
BbOyLaO 20-12-2010

ໃນຊ້ວງນີ້ເນາະ ກະແສຂອງ Tablet ກໍ່ມາແຮງຫລາຍ ບໍ່ວ່າຈະເປັນລະບົບ windows ແລະ Mac ແຕ່ Ubuntu ກໍ່ມີຄືກັນເນາະ ຕາມຂ່າວທີ່ບອກວ່າຕົວເຄື່ອງເລີ່ມຈັດສົ່ງໃນເດືອນນີ້ ທີ່ຫນ້າສົນໃຈແມ່ນ ມີຫນ້າຈໍ 2 ຈໍແບບດຽວກັບ Toshiba ທີ່ເຄີຍເຫັນກັນຜ່ານມາ

ສ່ວນຕົວເຄື່ອງນີ້ມີຊື່ ວ່າ Kno ລາຍລະອຽດເຄື່ອງດັ່ງລຸ່ມນີ້ເລີຍ

- Tegra T200 running at 1 Ghz
- 512 MB of RAM
- 16 to 32 GB Storage
- Two 14.1″ screens
- Wifi, Bluetooth, Accelerometer, Microphone, Headphone jack, Ambient light sensor, etc…
- 6 Hours battery

ອ່ານເພີ່ມເຕີມ »»

ຄຳສັ່ງ Linux ພື້ນຖານ

BbOyLaO 19-11-2010

ມື້ນີ້ຈະຂໍແນະນຳບາງຄຳສັ່ງພື້ນຖານຂອງ Linux ກັນເນາະ, ຈະຄ່ອຍໆເອົາມານຳສະເຫນີ

1. ຄຳສັ່ງ ls
ເປັນຄຳສັ່ງທີ່ໃຊ້ສຳຫລັບເບີ່ງຂໍ້ມູນ (ເຊັ່ນດຽວກັບ dir  ຂອງ DOS) ມາຈາກຄຳວ່າ list ຮູບແບບຂອງຄຳສັ່ງ ls [option] [file]
Option ທີ່ມັກໃຊ້ກັນໃນ ls ຄື
-l ຈະສະແດງຜົນແບບ long Format ຊື່ງຈະສະແດງ Permission ຂອງລາຍລະອຽດດວ້ຍ
-a ຈະສະແດງຂໍ້ມູນທັງຫມົດ
-F ຈະສະແດງ / ຫລັງ Directory ແລະ * ຫລັງແຟ້ມຂໍ້ມູນທີ່ execute ໄດ້ ຕົວຢ່າງການໃຊ້  ls -l          ls -al           ls -F

2. ຄຳສັ່ງ adduser
ຄຳສັ່ງເພີ່ມ User ໃຫ້ກັບລະບົບ Unix, Linux
ຮູບແບບການໃຊ້ງານ adduser -g (group) -d (Directory) (User)
ຕົວຢ່າງ adduser -g root -d /home/user1 user ສ້າງ user ຊື່ Login ແມ່ນ user1 ເປັນສະມາຊິກໃນກຸ່ມ root

ອ່ານເພີ່ມເຕີມ »»

compiz ສຳລັບ unity ສຳລັບ natty ມີໃນ ppa ແລ້ວ

lanux 13-11-2010

Jorge Castro ໄດ້ tweet ໄວ້ວ່າ

Unity/Compiz pre-alpha is now available for early Natty users to test via PPA

ສຳລັບຜູ້ໃຊ້ natty ສາມາດໂຫລດໄດ້ຈາກ https://launchpad.net/~unity/+archive/ppa/

thk resource: http://www.omgubuntu.co.uk/2010/11/compizunity-ppa-for-natty/

ໃຜທີ່ສົນໃຈເຮັດເວປດວ້ຍ wordpress ເບີ່ງນີ້ເລີຍ

3
BbOyLaO 05-11-2010

ຂໍ້ດີຂອງການເຮັດເວປດວ້ຍ CMS wordpress (CMS = Content Management System)
1. wordpress ເປັນລະບົບ CMS ທີ່ໃຫ້ໃຊ້ງານໂດຍບໍ່ເສຍຄ່າໃດໆ ເຊີ່ງໄດ້ມີການພັດທະນາຢູ່ສະເຫມີ ເຮັດເປັນເວີຊັນໃຫມ່ໆອອກມາເລື້ອຍໆ
2. wordpress ເປັນລະບົບ CMS ໃຊ້ງານງ່າຍ ສະດວກ ບໍ່ວ່າຈະເປັນການຕິດຕັ້ງ ການຈັດການ ຫມວດຫມູ່ໃນຕ່າງໆ
3. wordpress ດາວໂຫລດມາຕິດຕັ້ງເທີງ Host ຂອງເຮົາເອງໄດ້ ໃສ່ ລູກຫລີ້ນໄດ້ຫລາຍແບບ ເພາະວ່າມີລະບົບເສີມ ຫລື ທີ່ເອີ້ນກັນວ່າ
Plugin ໃຫ້ເລືອກໃຊ້ຢ່າງຫລວງຫລາຍ
4. wordpress ເປັນລະບົບ CMS ທີ່ໄດ້ມີການຈັດການເລື່ອງການໂປຣໂມດ ຫລືການເຮັດ SEO (Search Engine Optimization) ໃຫ້
ກັບເວບ ບ໊ຣອກ ເພາະມີເຄື່ອງມືຊ່ວຍໃນການຈັດການຫນ້າຕາເວປເຮົາ
5. wordpress ເປັນລະບົບ CMS ທີ່ຮອງຮັບການໃຊ້ງານ Beautiful Url ຫລືການຕັ້ງ Url ຕາມໃຈເຮົາ ຊື່ງເປັນຜົນດີກັບ  SEO ໃນການຊອກຫາ ອ່ານເພີ່ມເຕີມ »»